ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
- 05 Feb 2018
- ບົດຂ່າວ
- 558 ອ່ານ
ໃນລະຫວ່າງວັນທີ 23-24 ມັງກອນ 2018 ທີ່ຜ່ານມາ ທ່ານ ຄໍາຫຼ້າ ສຸນນະລັດ ຫົວໜ້າ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ພ້ອມດ້ວຍ ຮອງຫົວໜ້າສູນ, ຫົວໜ້າ ພະແນກ, ຮອງ ພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ເຂົ້າກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດຽວກັນນັ້ນກໍ່ໄດ້ເຂົ້າຮ່ວມກອງປະຊຸມວຽກງານໄອຊີທີ ປະຈໍາປີ 2017 ຊຶ່ງໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 23-24 ມັງກອນ 2018 ນີ້, ທີ່ສູນການຄ້າລາວ-ໄອເຕັກ ຊຶ່ງໃນກອງປະຊຸມຄັ້ງນີ້ໄດ້ດຳເນີນຂຶ້ນພາຍໃຕ້ຄຳຂັວນ: “ສົ່ງເສີມ, ນຳໃຊ້ ໄອຊີທີ (ICT) ເຂົ້າໃນ ເອັດເອັມອີ (SME) ແລະ ສະຕາດອັບ (Start up) ເພື່ອຂັບເຄື່ອນເສດຖະກິດ ດີຈີຕອນ” ຊຶ່ງກອງປະຊຸມໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ທັນສະໄໝ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ປທສ, ມີຮອງລັດຖະມົນຕີ, ຕາງໜ້າຈາກບັນດາກະຊວງ, ແຂວງ/ນະຄອນ, ພະນັກງານ ລັດຖະກອນອອ້ມຂ້າງກະຊວງ ປທສ ຢູ່ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດຽວກັນນັ້ນຍັງໄດ້ຮັບກຽດຈາກທ່ານ ສົມດີ ດວງດີ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ ເຂົ້າຮ່ວມໃນມື້ປິດກອງປະຊຸມດັ່ງກ່າວ ຊຶ່ງກອງປະຊຸມໄດ້ຮັບການໂອ້ລົມ ແລະ ໃຫ້ທິດເຢືອງທາງຈາກທ່ານ ຮອງນາຍົກເພື່ອເຫັນໄດ້ຈຸດຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
ໃນກອງປະຊຸມ ທ່ານ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ (ປທສ) ໄດ້ລາຍງານຜົນຂອງກອງປະຊຸມວຽກງານຂະແໜງການໄປສະນີ, ໂທລະຄົມ ແລະ ທິດທາງແຜນການ ປະຈໍາປີ 2018 ຊຶ່ງຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນອັນລະອຽດ ໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນກຳລັງຂັບເຄື່ອນທີ່ແຂງແຮງ ເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳປີ 2017 ແລະ ທິດທາງແຜນການສົກປີ 2018 ເຊິ່ງໄດ້ທວນຄືນຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງຂອງຂະແໜງການ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຄື: (1)ກ່ອນອື່ນກະຊວງໄດ້ໃຫ້ຄວາມສຳຄັນເປັນບູລິມະສິດທີ່ໜຶ່ງແກ່ວຽກງານການເມືອງ-ແນວຄິດ ເພາະມັນແມ່ນປັດໃຈຕັດສິນຜົນສຳເລັດຂອງການປະຕິບັດໜ້າທີ່. ໃນນັ້ນ, ພະນັກງານລັດຖະກອນ ມີຄວາມເອກະພາບກັບອຸດົມການຂອງພັກ, ເຊື່ອໝັ້ນພັກ, ຕັດສິນໃຈເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກ. (2) ກະຊວງ ປທສ ໄດ້ສໍາເລັດການປັບປຸງນິຕິກຳອັນເກົ່າ ແລະ ສ້າງນິຕິກຳອັນໃໝ່ໃນການຄຸ້ມຄອງມະຫາພາກ ເພື່ອໃຫ້ເໝາະສົມກັບສະພາບການຂະຫຍາຍໂຕທາງດ້ານໄອຊີທີ ໂດຍສະເພາະ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ເຊິ່ງໃນສົກປີຜ່ານມາໄດ້ສຳເລັດກົດໝາຍ 01 ສະບັບ (ກົດໝາຍ ວ່າດ້ວຍ ການປົກປ້ອງຂໍ້ມູນຂ່າວສານເອເລັກໂຕຣນິກ), ແລະ ນິຕິກໍາລຸ່ມກົດໜາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງລະບົບຄອມພິວເຕີ ຈໍານວນ 02 ສະບັບ (3) ການພັດທະນາ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກນິກລະບົບໄອຊີທີ ເປັນຕົ້ນແມ່ນ : ການຄຸ້ມຄອງລວມສູນລະບົບສື່ສານທາງດ້ານເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ, ການຄຸ້ມຄອງການນຳໃຊ້ສັງຄົມອອນລາຍ (ຫຼື social media ), ການຕ້ານ ແລະ ສະກັດກັ້ນການໂຈມຕີທາງໄຊເບີ.
ພ້ອມດຽວກັນນີ້ ຕ້ອງເພີ່ມທະວີເອົາໃຈໃສ່ພັດທະນາບຸກຄະລາກອນ ດ້ານໄອຊີທີ ໃຫ້ເປັນລະບົບ ມີທັງຄຸນນະພາບ ແລະ ປະລິມານ, ເພີ້ມທະວີເລັ່ງປັບປຸງພື້ນຖານໂຄງລ່າງທີ່ຈຳເປັນ ມອບໃຫ້ສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ມີຫຼັກສູດ ແລະ ມີສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເພື່ອເຮັດໃຫ້ສະຖາບັນນີ້ ເປັນບ່ອນຝຶກ ສ້າງວິຊາການ ໄອຊີທີ ໃຫ້ແກ່ສົງຄົມ.
