ສກຄ ເຂົ້າຮ່ວມງານເປີດຕົວສູນຮັກສາຄວາມປອດໄພທາງໄຊເບີ
- 14 Feb 2018
- ບົດຂ່າວ
- 396 ອ່ານ
ໃນລະຫວ່າງວັນທີ 04-07 ກຸມພາ 2018 ທ່ານ ສີສັນ ປອງນະທີ ຮອງຫົວໜ້າ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ໄດ້ຕາງໜ້າ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເດີນທາງໄປເຂົ້າຮ່ວມ ງານເປີດຕົວສູນຮັກສາຄວາມປອດໄພທາງໄຊເບີ ລະດັບພາກພື້ນຢ່າງເປັນທາງການ ຊຶ່ງທາງບໍລິສັດ ພັອດຄູລິດ ປະເທດ ສິງກະໂປ ໄດ້ຈັດງານຂຶ້ນໃນຄັ້ງວັນທີ 06 ກຸມພາ 2018, ທີ່ ກົວລາລໍາເປີ ປະເທດ ມາເລເຊຍ ໂດຍໄດ້ຮັບການສະໜັບສະໜູນຫຼັກ ຈາກລັດຖະບານ ປະເທດ ມາເລເຊຍ, ໜ່ວຍງານຮັກສາຄວາມປອດໄພ ປະເທດ ມາເລເຊຍ (CSM), Malaysia Digital Economy Corporation (MDEC), ບໍລິສັດໄມໂຄຣຊອບ ແລະ ປະເທດ ຍີ່ປຸ່ນ.
ນອກນັ້ນຍັງໄດ້ເຊີນໜ່ວຍງານ ຮັກສາຄວາມປອດໄພ ຈາກບັນດາປະເທດໃນອາຊຽນເປັນຕົ້ນແມ່ນ: CamCERT, VnCERT, LaoCERT, ID-SIRTII/CC ລວມທັງໜ່ວຍງານພາກລັດ ແລະ ເອກະຊົນ ທີ່ຢູ່ພາຍໃນປະເທດ ມາເລເຊຍ ເຂົ້າຮ່ວມ. ຊຶ່ງງານໃນຄັ້ງນີ້ ແມ່ນແນໃສ່ການແບ່ງປັນປະສົບການດ້ານຄວາມປອດໄພທາງໄຊເບີ ລວມທັງເປັນການສົ່ງເສີມສະພາບແວດລ້ອມແນວທາງ ແລະ ທັດສະນະກ່ຽວກັບການພັດທະນາສູນຮັກສາຄວາມປອດໄພໃນປະເທດ ຊຶ່ງເປັນບາດກ້າວທີ່ສຳຄັນທີ່ຈະນຳກອບການຮອງຮັບດ້ານຄວາມປອດໄພທາງໄຊເບີ ມານຳໃຊ້ໃນ ສປປ ລາວ ໃນອານາຄົດ.
