

› ອອນລາຍ : | 1 |
› ມື້ນີ້ : | 8 |
› ມື້ວານນີ້ : | 63 |
› ອາທິດນີ້ : | 126 |
› ເດືອນນີ້ : | 487 |
ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພີວເຕີ ທີ່ໄດ້ລະບຸໄວ້ຢູ່ໃນ ກົດໝາຍ: ວ່າດວ້ຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ລວມມີພຶດຕິກໍາດັ່ງນີ້: 1. ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ; 2. ການເຂົ້າເຖິງລະບົບຄອມພິວເຕີ ໂດຍນບໍ່ໄດ້ຮັບອະນຸຍາດ; 3. ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ; 4. ການລັດເອົາຂໍ້ມູນໃນລະບົບຄອມພິວເຕີ ໂດຍບໍ່ໄດ້ຮັບອະນຸຍາດ; 5. ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ; 6. ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; 7. ການລົບກວນລະບົບຄອມພິວເຕີ; 8. ການປອມແປງຂໍ້ມູນຄອມພິວເຕີ; 9. ການທຳລາຍຂໍ້ມູນ-ຄອມພິວເຕີ; 10. ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກຳທາງລະບົບຄອມພິວເຕີ.
ແຈ້ງເຕືອນ ມັນແວ (Malware) ຮຽກຄ່າໄຖ່ Petya ສາຍພັນໃໝ່ ແຜ່ກະຈາຍແບບດຽວກັບ WannaCry ເຂົ້າລະຫັດຂໍ້ມູນດີສ (Disk) ທັງໝົດ
ຂໍ້ມູນທົ່ວໄປ
ໃນວັນທີ 27 ມິຖຸນາ 2017 ມີລາຍງານການແຜ່ລະບາດຂອງມັນແວ (Malware) ຮຽກຄ່າໄຖ່ Petya ສາຍພັນໃໝ່ທີ່ແຜ່ກະຈາຍຜ່ານຊ່ອງໂຫວ່ຂອງລະບົບ SMBv1 ແບບດຽວກັນກັບ ມັນແວ WannaCry. ສະຖິຕິຄວາມເສຍຫາຍ ໃນປັດຈຸບັນ ຄອມພິວເຕີທົ່ວໂລກຕິດມັນແວນີ້ແລ້ວ 300,000 ກວ່າເຄື່ອງພາຍໃນ 72 ຊົ່ວໂມງ, ປະເທດທີ່ໄດ້ຮັບແຈ້ງວ່າຖືກໂຈມຕີ ໄດ້ແກ່ ສະຫະລັດອາເມລີກາ, ຣັດເຊຍ, ຢູເຄນ ແລະ ປະເທດໃນແຖບເອີຣົບ ໜ່ວຍງານທີ່ໄດ້ຮັບຜົນກະທົບ ເຊັ່ນ: ທະນາຄານກາງ, ບໍລິສັດພະລັງງານໄຟຟ້າ ແລະ ສະໜາມບິນ ເປັນຕົ້ນ.
ມັນແວຮຽກຄ່າໄຖ່ Petya ເຄີຍມີການແຜ່ລະບາດມາແລ້ວໃນກາງປີ 2016 ລັກສະນະການເຮັດວຽກຈະບໍ່ແມ່ນການເຂົ້າລະຫັດໄຟລ໌ຂໍ້ມູນຄືກັນກັບມັນແວຮຽກຄ່າໄຖ່ທົ່ວໄປ ແຕ່ຈະເຂົ້າລະຫັດ Master File Table (MFT) ຂອງ Partition ຊຶ່ງເປັນຕາຕະລາງ ທີ່ໃຊ້ລະບຸຕຳແໜ່ງຊື່ໄຟລ໌ ແລະ ຊີ້ຫາໄຟລ໌ໃນຮາດດີສ (Hard Disk) ເຮັດໃຫ້ຜູ້ໃຊ້ບໍ່ສາມາດເຂົ້າເຖິງຂໍ້ມູນໃນຮາດດີສໄດ້.
ຜົນກະທົບ
ເຄື່ອງທີ່ຕົກເປັນເຫຍື່ອມັນແວຮຽກຄ່າໄຖ່ນີ້ແລ້ວ ຈະບໍ່ສາມາດເປີດລະບົບປະຕິບັດການຂຶ້ນມາໃຊ້ງານໄດ້ຕາມປົກກະຕິ ໂດຍຈະປະກົດໜ້າຈໍສີດໍາ ແລະ ມີຂໍ້ຄວາມ ຜູ້ພັດທະນາມັນແວ ຮຽກຮ້ອງໃຫ້ເຫຍື່ອຈ່າຍເງິນເປັນຈຳນວນ 300 ດອນລາ ໂດຍໃຫ້ຈ່າຍເປັນ Bitcoin ເພື່ອປົດລະຫັດຂໍ້ມູນ.
ຈາກຂໍ້ມູນເບື້ອງຕົ້ນ ມັນແວຮຽກຄ່າໄຖ່ Petya ສາຍພັນໃໝ່ (ຫຼື ເອີ້ນວ່າ Petwrap) ມີຄວາມສາມາດໃນການແຜ່ກະຈາຍ ໂດຍອັດຕະໂນມັດ ຜ່ານຊ່ອງໂຫວ່ຂອງລະບົບ SMBv1 ໃນ Windows ເຮັດໃຫ້ເຄື່ອງຄອມພິວເຕີ ທີ່ຍັງບໍ່ໄດ້ອັບເດດ Patch ແກ້ໄຂຊ່ອງໂຫວ່ ຫຼື ເປີດໃຫ້ສາມາດເຊື່ອມຕໍ່ບໍລິການ SMBv1 ໄດ້ຈາກເຄືອຂ່າຍພາຍນອກ ມີໂອກາດທີ່ຈະຕົກເປັນເຫຍື່ອໄດ້.
ລະບົບທີ່ໄດ້ຮັບຜົນກະທົບ
ລະບົບປະຕິບັດການວິນໂດ (Windows).
ຂໍ້ແນະນຳໃນການປ້ອງກັນ ແລະ ແກ້ໄຂ
ຂໍ້ແນະນຳໃນການແກ້ໄຂຫາກຕົກເປັນເຫຍື່ອ
ເອກະສານອ້າງອີງ:
https://www.thesun.co.uk/tech/3896161/petya-ransomware-cyber-attack-europe-britain/