

› ອອນລາຍ : | 1 |
› ມື້ນີ້ : | 5 |
› ມື້ວານນີ້ : | 63 |
› ອາທິດນີ້ : | 123 |
› ເດືອນນີ້ : | 484 |
ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພີວເຕີ ທີ່ໄດ້ລະບຸໄວ້ຢູ່ໃນ ກົດໝາຍ: ວ່າດວ້ຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ລວມມີພຶດຕິກໍາດັ່ງນີ້: 1. ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ; 2. ການເຂົ້າເຖິງລະບົບຄອມພິວເຕີ ໂດຍນບໍ່ໄດ້ຮັບອະນຸຍາດ; 3. ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ; 4. ການລັດເອົາຂໍ້ມູນໃນລະບົບຄອມພິວເຕີ ໂດຍບໍ່ໄດ້ຮັບອະນຸຍາດ; 5. ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ; 6. ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; 7. ການລົບກວນລະບົບຄອມພິວເຕີ; 8. ການປອມແປງຂໍ້ມູນຄອມພິວເຕີ; 9. ການທຳລາຍຂໍ້ມູນ-ຄອມພິວເຕີ; 10. ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກຳທາງລະບົບຄອມພິວເຕີ.
ແຈ້ງເຕືອນ ພົບມັລແວ (Malware) ແຜ່ກະຈາຍຜ່ານ Facebook Messenger ໂຈມຕີຜູ້ໃຊ້ Windows ແລະ Mac
ຂໍ້ມູນທົ່ວໄປ
ນັກວິໄຈດ້ານຄວາມປອດໄພຈາກ Kaspersky ລາຍງານການໂຈມຕີຜ່ານ Facebook Messenger ຊຶ່ງລັກສະນະການໂຈມຕີເປັນການສົ່ງຂໍ້ຄວາມແຊັດ (Chat) ເພື່ອຕົວະໃຫ້ເຫຍື່ອເປີດເບິ່ງວີດີໂອ ມີລິ້ງຂອງເວັບໄຊຫຍໍ້ URL (ເຊັ່ນ bit.ly) ຄັດຕິດມາດ້ວຍ.
ຜົນກະທົບ
ຖ້າຫາກເຫຍື່ອຫຼົງເຊື່ອກົດລິ້ງດັ່ງກ່າວ ຈະຖືກສົ່ງໄປຫາເວັບໄຊທີ່ມີໜ້າຕາຄືກັນກັບ Google Docs ມີຮູບພາບ ແລະ ປຸ່ມກົດຫຼິ້ນວີດີໂອ ຖ້າຫາກກົດປຸ່ມດັ່ງກ່າວ ຈະຖືກ redirect ໄປຫາເວັບໄຊຫຼາຍແຫ່ງ ຂຶ້ນຢູ່ກັບ Cookie ໃນເຄື່ອງ, ຕຳແໜ່ງທີ່ຢູ່, ການຕັ້ງຄ່າບຣາວເຊີ (Browser) ແລະ ລະບົບປະຕິບັດການທີ່ໃຊ້ຢູ່ ໂດຍສຸດທ້າຍຜູ້ໃຊ້ຈະຖືກສົ່ງໄປຫາໜ້າເວັບໄຊ ຕົວະໃຫ້ດາວໂຫຼດມັລແວມາຕິດຕັ້ງ ເຊັ່ນ: ຕົວະວ່າເປັນ Codec ທີ່ໃຊ້ສຳລັບຫຼິ້ນໄຟລ໌ວີດີໂອ ຫຼື ເປັນໂປຣແກຣມອັບເດດ Flash Player ເປັນຕົ້ນ.
ລະບົບທີ່ໄດ້ຮັບຜົນກະທົບ
ປັດຈຸບັນນັກວິໄຈຍັງຢູ່ລະຫວ່າງການກວດວິເຄາະການໂຈມຕີ ຊຶ່ງເບື້ອງຕົ້ນພົບວ່າການໂຈມຕີນີ້ມີຜົນກັບຜູ້ໃຊ້ Chrome ແລະ Firefox ໃນ Windows ແລະ Safari ໃນ macOS ຢ່າງໃດກໍ່ຕາມ ສາເຫດຊ່ອງທາງການຕິດ ແລະ ແຜ່ກະຈາຍມັລແວຜ່ານ Facebook Messenger ນັ້ນ ຍັງຢູ່ລະຫວ່າງການກວດສອບ ເບື້ອງຕົ້ນຄາດວ່າອາດຈະເກີດຈາກການລັກລະຫັດຜ່ານ, ການຕິດມັລແວໃນບຣາວເຊີ ຫຼື ການສວມຮອຍຕົວະໃຫ້ກົດລິ້ງ (Clickjacking).
ຂໍ້ແນະນຳໃນການປ້ອງກັນ
ຂໍ້ແນະນຳໃນການປ້ອງກັນ ຖ້າຫາກພົບວ່າໝູ່ເພື່ອນໃນ Facebook ສົ່ງຂໍ້ຄວາມໃນລັກສະນະທີ່ເປັນການເຊີນຊວນໃຫ້ເປີດເບິ່ງວີດີໂອ ໂດຍທີ່ມີການຄັດຕິດລິ້ງເວັບໄຊທີ່ໜ້າສົງໄສ ບໍ່ຄວນກົດເຂົ້າໄປເບິ່ງ ແລະ ບໍ່ຄວນຕິດຕັ້ງໂປຣແກຣມໃດໆ ຈາກເວັບໄຊເຫຼົ່ານັ້ນ.
ເອກະສານອ້າງອີງ: