

› ອອນລາຍ : | 1 |
› ມື້ນີ້ : | 7 |
› ມື້ວານນີ້ : | 63 |
› ອາທິດນີ້ : | 125 |
› ເດືອນນີ້ : | 486 |
ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພີວເຕີ ທີ່ໄດ້ລະບຸໄວ້ຢູ່ໃນ ກົດໝາຍ: ວ່າດວ້ຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ລວມມີພຶດຕິກໍາດັ່ງນີ້: 1. ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ; 2. ການເຂົ້າເຖິງລະບົບຄອມພິວເຕີ ໂດຍນບໍ່ໄດ້ຮັບອະນຸຍາດ; 3. ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ; 4. ການລັດເອົາຂໍ້ມູນໃນລະບົບຄອມພິວເຕີ ໂດຍບໍ່ໄດ້ຮັບອະນຸຍາດ; 5. ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ; 6. ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; 7. ການລົບກວນລະບົບຄອມພິວເຕີ; 8. ການປອມແປງຂໍ້ມູນຄອມພິວເຕີ; 9. ການທຳລາຍຂໍ້ມູນ-ຄອມພິວເຕີ; 10. ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກຳທາງລະບົບຄອມພິວເຕີ.
ຂໍ້ມູນທົ່ວໄປ
ພົບລາຍງານຜູ້ໃຊ້ Mac ຖືກລັອກເຄື່ອງເພື່ອຮຽກຄ່າໄຖ່ ຊຶ່ງລັກສະນະຂອງເຄື່ອງທີ່ຖືກແຮັກແມ່ນບໍ່ສາມາດເປີດເຄື່ອງຂຶ້ນມາໃຊ້ງານໄດ້ ເນື່ອງຈາກຕິດລະຫັດຜ່ານ ຈະມີຂໍ້ຄວາມປະກົດໃນໜ້າຈໍລະບຸວ່າໃຫ້ຕິດຕໍ່ໄປຍັງອີເມວຂອງຜູ້ໂຈມຕີ ພ້ອມກັບອີເມວສົ່ງເຂົ້າມາແຈ້ງວ່າເຄື່ອງຖືກແຮັກ ໃຫ້ຈ່າຍເງິນ 50 ໂດລາ ຫຼື ປະມານ 400,000 ກີບ ຜ່ານ Bitcoin ເພື່ອໃຫ້ໄດ້ລະຫັດປົດລັອກເຄື່ອງ ຖ້າຫາກບໍ່ຈ່າຍເງິນພາຍໃນ 24 ຊົ່ວໂມງ ອຸປະກອນອື່ນໆທີ່ເຫຼືອຈະຖືກສັ່ງລັອກເຊັ່ນດຽວກັນ.
ຈາກການກວດສອບ ເຫດການນີ້ບໍ່ແມ່ນລັກສະນະຂອງການຕິດມັລແວຮຽກຄ່າໄຖ່ (Ransomware) ແຕ່ເກີດຈາກຜູ້ປະສົງຮ້າຍຮູ້ລະຫັດຜ່ານບັນຊີ Apple ID ຂອງເຫຍື່ອ (ຊຶ່ງອາດຈະເກີດຈາກການຕັ້ງລະຫັດຜ່ານທີ່ຄາດເດົາໄດ້ງ່າຍ, ຕົກເປັນເຫຍື່ອຟິດຊິ່ງ (Phishing) ຫຼື ໃຊ້ລະຫັດຜ່ານດຽວກັນກັບບໍລິການອື່ນ) ແລະ ໄດ້ເຂົ້າລະບົບ Apple ID ດັ່ງກ່າວໃນເວັບໄຊ icloud.com ແລ້ວໃຊ້ງານຄຸນສົມບັດ Find My iPhone ຊຶ່ງມີຄວາມສາມາດໃນການຕິດຕາມຕຳແໜ່ງລ່າສຸດຂອງເຄື່ອງ, ສັ່ງລັອກເຄື່ອງ ຫຼື ສັ່ງລຶບຂໍ້ມູນທັງໝົດຢູ່ໃນເຄື່ອງໄດ້.
ເຖິງແມ່ນວ່າຜູ້ໃຊ້ຈະເປີດໃຊ້ງານການຢືນຢັນຕົວຕົນແບບສອງຊັ້ນ ດ້ວຍການໃຫ້ສົ່ງລະຫັດຢືນຢັນເຂົ້າລະບົບ ມາທາງ SMS ແຕ່ຄຸນສົມບັດ Find My iPhone ນັ້ນບໍ່ຈຳເປັນຕ້ອງໃຊ້ລະຫັດຢືນຢັນ ພຽງແຕ່ຮູ້ລະຫັດຜ່ານບັນຊີຂອງເຫຍື່ອ ກໍ່ສາມາດສັ່ງລັອກເຄື່ອງ ຫຼື ສັ່ງລຶບຂໍ້ມູນໄດ້.
ຂໍ້ແນະນຳວິທີແກ້ໄຂຖ້າຫາກຕົກເປັນເຫຍື່ອ
ຂໍ້ແນະນຳໃນການຮັບມື
ເອກະສານອ້າງອີງ: