

› ອອນລາຍ : | 1 |
› ມື້ນີ້ : | 14 |
› ມື້ວານນີ້ : | 22 |
› ອາທິດນີ້ : | 14 |
› ເດືອນນີ້ : | 536 |
ພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພີວເຕີ ທີ່ໄດ້ລະບຸໄວ້ຢູ່ໃນ ກົດໝາຍ: ວ່າດວ້ຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ລວມມີພຶດຕິກໍາດັ່ງນີ້: 1. ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄອມພິວເຕີ; 2. ການເຂົ້າເຖິງລະບົບຄອມພິວເຕີ ໂດຍນບໍ່ໄດ້ຮັບອະນຸຍາດ; 3. ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ; 4. ການລັດເອົາຂໍ້ມູນໃນລະບົບຄອມພິວເຕີ ໂດຍບໍ່ໄດ້ຮັບອະນຸຍາດ; 5. ການສ້າງຄວາມເສັຍຫາຍຜ່ານສື່ສັງຄົມອອນລາຍ; 6. ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ; 7. ການລົບກວນລະບົບຄອມພິວເຕີ; 8. ການປອມແປງຂໍ້ມູນຄອມພິວເຕີ; 9. ການທຳລາຍຂໍ້ມູນ-ຄອມພິວເຕີ; 10. ການດຳເນີນກິດຈະການ ກ່ຽວກັບເຄື່ອງມືອາຊະຍາກຳທາງລະບົບຄອມພິວເຕີ.
![]() |
ກິດຈະກຳ: ກອງປະຊຸມເປີດກວ້າງຜ່ານຮ່າງ ນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງໄຊເບີ
ໃນຕອນເຊົ້າຂອງ ວັນທີ 14 ພະຈິກ 2017, ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມເປີດກວ້າງຜ່ານຮ່າງ ນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງໄຊເບີ ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ, ທະນາຄານ ແລະ ບໍລິສັດ.
|
ຈຳນວນຮູບ: 5
ຮູບລ່າສຸດເພີ່ມໂດຍ palivath ໃນ November 16 2017 19:54:59 |
ກິດຈະກຳ ລາວເຊີດ > ກອງປະຊຸມເປີດກວ້າງຜ່ານຮ່າງ ນະໂຍບາຍແຫ່ງຊາດ ວ່າດ້ວຍຄວາມປອດໄພທາງໄຊເບີ |