ໃນວັນທີ 05 ທັນວາ 2017 ທີ່ ໂຮງແຮມ Salana Boutique Hotel ໄດ້ມີພິທີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນປະສານງານ ແລະ ແກ້ໄຂເຫດສຸກເສີນດ້ານເຕັກນິກຂອງ ສປ ຈີນ ແລະ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ສປປ ລາວ ພາຍໃຕ້ການເປັນສັກຄີພະຍານຂອງ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຫົວໜ້າກົມ, ຮອງກົມ. ນອກຈາກນັ້ນຍັງມີວິຊາການຫຼັກແຫຼ່ງພາຍໃນກະຊວງ ປທສ ເຂົ້າຮ່ວມຈໍານວນ 30 ທ່ານ.
ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ແຫ່ງ ສປປ ລາວ ກັບ ສູນປະສານງານ ແລະ ແກ້ໄຂເຫດສຸກເສີນດ້ານເຕັກນິກຂອງ ສປ ຈີນ, ເພື່ອສ້າງຈຸດປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ດ້ານຄວາມປອດໄພທາງໄຊເບີ, ຊ່ວຍເຫຼືອແກ້ໄຂເຫດສຸກເສີນ ແລະ ໂຄງການຮ່ວມມືຕ່າງໆ. ສຳລັບ ສປປ ລາວ ການພັດທະນາ ວຽກງານ ໂທລະຄົມມະນາຄົມ ແລະ ICT ຍັງປະເຊີນກັບ ສິ່ງທ້າທາຍ ຫຼາຍດ້ານ ແລະ ມີຄວາມຈຳເປັນ ຕ້ອງມີການ ແລກປ່ຽນບົດຮຽນ ແລະ ປະສົບການກັບ ບັນດາປະເທດ ທັງພາກພື້ນ ແລະ ສາກົນ ເພື່ອນຳມາດັດປັບ ໝູນໃຊ້ເຂົ້າໃນການ ພັດທະນາວຽກງານ ໂທລະຄົມມະນາຄົມ ແລະ ICT ໃຫ້ມີປະສິດທິຜົນ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຫຼາຍຂຶ້ນກວ່າເກົ່າ, ທັງສ້າງເງື່ອນໄຂ ໃຫ້ ສປປ ລາວ ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.
ໂດຍເນື້ອໃນສັນຍາທີ່ໄດ້ຕົກລົງຮ່ວມກັນແມ່ນເພື່ອເປັນການຮ່ວມມືວຽກງານຮັກສາຂໍ້ມູນເຄືອຂ່າຍໃນປະຈຸບັນໄດ້ກາຍມາເປັນພື້ນຖານໂຄ່ງລ່າງທີ່ສຳຄັນຂອງສອງປະເທດລະຫວ່າງ ສປ ຈີນ ແລະ ສປປ ລາວ, ໂດຍສະເພາະແມ່ນເຫດການທີ່ຖືກໂຈມຕີທາງ ໄຊເບີ ທີ່ມີຮູບແບບລັກສະນະການໂຈມຕີ ຂ້າມພົມແດນ ແລະ ຂ້າມເຄືອຂ່າຍ ເຫດການດັ່ງກ່າວໄດ້ນຳຄວາມທ້າທາຍມາໃຫ້ສອງປະເທດດັ່ງກ່າວ ແລະ ມີຄວາມຈຳເປັນທີ່ສຸດໃນການຮ່ວມມືກັນແກ້ໄຂເຫດການ, ປົກປ້ອງຂໍ້ມູນເຄື່ອຂາຍ ແລະ ຮ່ວມກັນກຽມພ້ອມຮັບມື.
ດັ່ງນັ້ນ, ສູນປະສານງານ ແລະ ແກ້ໄຂເຫດສຸກເສີນດ້ານເຕັກນິກຂອງ ສປ ຈີນ ແລະ ສປປ ລາວ ຕົກລົງເຫັນດີ ໃຫ້ ສອງປະເທດນີ້ສືບຕໍ່ສົ່ງເສີມຄວາມຮ່ວມມືໃນການແກ້ໄຂເຫດສຸກເສີນຮ່ວມກັນ ບົນພື້ນຖານເງື່ອນໄຂ MoU ສະບັບນີ້, ໂດຍສະເພາະປະເທດທີ່ມີແນວທາງສົ່ງເສີມກົນໄກການຮ່ວມມືໄນໄລຍະຍາວຮ່ວມກັນ.