Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Sender Policy Framework (SPF) ແມ່ນຫຍັງ?



Sender Policy Framework (SPF) ແມ່ນ​ຫຍັງ​?

SPF ເປັນ​ວິທີ​ການ​ໜຶ່ງ​ທີ່​ສາມາດ​ຊ່ວຍ​ພິສູດໄດ້​ວ່າ​ອີ​ເມວ​ເ​ຊີ​ເວີ​​ທີ່​ເປັນ​ຜູ້​ສົ່ງ​ອີ​ເມວ ​ໄດ້ຮັບ​ການ​ອະ​ນຸ​ມັດ​ຈາກ​ເຈົ້າ​ຂອງ​ໂດ​ເມນ (Domain) ​ທີ່​ເປັນ​ຂອງ​ຜູ້​ສົ່ງ​ແທ້​ ໂດຍແນວຄວາມຄິດ​ຄື​ການປັບໃຊ້​ສ່ວນ​ຂໍ້​ມູນ​ລາຍ​ການ​ຜູ້​ສົ່ງ​ອີ​ເມວ ​ທີ່​ຢູ່ໃນ​ field ‘envelope from’ ລະຫວ່າງ​ການ​ເລີ່ມ​ຕົ້ນ​ສ້າງ​ການ​ເຊື່ອມ​ຕໍ່​ SMTP ຊຶ່ງ SPF ຫາກໍ່​​ຖືກ​ບັນ​ຈຸ​ຄວາມ​ພ້ອມ​ຜ່ານ​ RFC 7208 ໃນ​ປີ​ 2014 ທີ່​ຜ່ານມາ​ ເຖິງແມ່ນ​ວ່າໂລກ​ຈະ​ມີ​ລະບົບ​ອີ​ເມວມາຕັ້ງແຕ່ດົນແລ້ວກໍ່ຕາມ​.

ຂະ​ບວນ​ການ ​ແລະ​ ປະໂຫຍດ​ຂອງ​ການ​ມີ​ SPF ປົກ​ປ້ອງ​ອີ​ເມວ

SPF ເປີດ​ໂອ​ກາດ​ໃຫ້​ເຈົ້າ​ຂອງ​ໂດ​ເມນ​ສາມາດ​ລະ​ບຸ​ໄດ້​ວ່າ​ຄອມພິວເຕີ​ໃດ​ຜ່ານ​ການ​ອະ​ນຸ​ມັດ​ໃຫ້​ສາມາດ​ສົ່ງ​ອີ​ເມວ ຫຼື ​ທີ່​ປະກົດ​ໃນ​ຂໍ້​ມູນ​ from address ໃນ​ໂດ​ເມນ​ນັ້ນ​ ຊຶ່ງ​ DNS ຄື​ປັດ​ໄຈສຳຄັນ​ທີ່​ເຮັດໃຫ້​ຜູ້​ຮັບ​ສາມາດ​ກວດ​ສອບ​ວ່າ​ IP ໃດ​ໄດ້ຮັບ​ການ​ອະ​ນຸ​ມັດ​ ດ້ວຍ​ການ​ທຽບ​ກັບ​ຂໍ້​ມູນ​ TXT Record ໃນ​ DNS.

ແຕ່​ SPF ເປັນພຽງ​ຂະ​ບວນ​ການ​ໜຶ່ງ​ເທົ່າ​ນັ້ນ​ທີ່​ຊ່ວຍຫຼຸດຜ່ອນ​ໂອ​ກາດ​ຈາກ​ການ​ແອບ​ອ້າງ​ໂດ​ເມນ​ ທີ່​ເຈົ້າ​ຂອງ​ທີ່​ຢູ່​ອີ​ເມວອາດ​ຈະໄດ້ຮັບ​ຂໍ້ຄວາມ​ຜິດ​ພາດ​ໃນ​ການ​ນຳ​ສົ່ງ​ຈຳນວນ​ຫຼາຍ ​ແລະ​ auto-reply ຖ້າຫາກ​ທີ່​ຢູ່​ອີ​ເມວໃນ​ Return-path ຖືກ​ປອມ​ແປງ​ ແຕ່ໃນອີກດ້ານໜຶ່ງທາງດ້ານຂອງ​ຜູ້​ຮັບ​ ອາດຈະ​ໃຊ້​ຜົນ​ການ​ກວດ​ສອບ​ຮ່ວມ​ກັບຮູບແບບການ​ກວດ​ສອບ​ອື່ນ​ ເພື່ອ​ປະຕິເສດ​ການ​ຮັບ​ອີ​ເມວ​ທີ່​ສົ່ງ​ມາ​ ໂດຍ​ຜູ້​ທີ່​ບໍ່​ຢູ່ໃນ​ລາຍ​ຊື່​ທີ່ປະ​ກາດ​ໄວ້​ໄດ້.​

ຢ່າງໃດ​ກໍ​່ຕາມ, ​ຍັງມີ​ຄວາມ​ທ້າ​ທາຍ​ໃນ​ເລື່ອງ​ຂອງ​ກົນ​ໄກ​ການ​ Forward Email ໄປ​ຫາ 3rd Party ທີ່​ຜູ້​ເປີດ​ໃຊ້​ງານ​ SPF ອາດຈະ​ຕ້ອງ​ເຈີ​ກັບ​ການ​ຖືກ​ປະຕິເສດ​ ຫຼື​ bounced ໃນ​ເງື່ອນ​ໄຂ​ຕ່າງ​ໆ ​ເຊັ່ນ:​ ຜູ້​ສົ່ງ​ຕໍ່​ບໍ່​ຂຽນ​ Return-Path ໃໝ່​ ຫຼື ​ປາຍ​ທາງ​ຖັດ​ໄປ​ບໍ່​ຢູ່ໃນ​ລາຍ​ຊື່​ອະນຸຍາດ​ ເປັນ​ຕົ້ນ.​ ດັ່ງ​ນັ້ນ​, ຜູ້​ທີ່ສົ​ນ​ໃຈ​ໃຊ້​ SPF ຈຳ​ເປັນ​ຕ້ອງ​ມີ​ການ​ທົດສອບ​ການ​ໃຊ້​ງານ​ໃຫ້​ແນ່​ໃຈ​​ກ່ອນ​ໃຊ້​ງານ​ຈິງ​ ແລະ ​ຄວນຄໍານຶງ​ໄວ້​ວ່າ​ SPF ຊ່ວຍ​ການ​ປ້ອງ​ກັນ​ການ​ປອມ​ແປງ​ພຽງແຕ່​ຢູ່​ From ໃນ​ Email Hader ເທົ່າ​ນັ້ນ​.

ເອກະສານອ້າງອີງ : 

  1. https://en.wikipedia.org/wiki/Sender_Policy_Framework
  2. https://www.techtalkthai.com/sender-policy-frameworkspf-what-is/

Meesaisak 30 April 2024 95 reads Print