Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Extension ໃນ Google Chrome ສວມຮອຍບັນຊີຜູ້ໃຊ້ Facebook

ເວັບ​ບ​າວ​ເຊີ ຄື​ສ່ວນໜຶ່ງ​ທີ່​ສຳຄັນ​ໃນ​ການ​ເຂົ້າ​ສູ່​ໂລກ​ອອນ​ໄລ​ເພື່ອ​ຊື້​ສິນ​ຄ້າ ຕິດ​ຕາມ​ຂ່າວ​ສານ ເບິ່ງ​ວີ​ດີ​ໂອ​ ອອນ​ໄລ ຫຼື​ ລວມເຖິງການເຮັດ​ທຸລະກຳ​ອອນ​ໄລ ປະຈຸບັນ​ ມີ​ເວັບ​ບາວ​ເຊີ​ ຫຼວງຫຼາຍ​ໃຫ້​ເລືອກ​ໃຊ້ ໜຶ່ງ​ໃນ​ນັ້ນ​ຄື Google Chrome ຊຶ່ງ​ເປັນ​ເວັບ​ບາວ​ເຊີ​ທີ່​ຖືກ​ພັດທະນາ​ຂຶ້ນ​ໂດຍ Google ໃນ​ປະເທດ​ລາວ​ມີ​ຜູ້​ໃຊ້​ງານ Google Chrome ຫຼາຍ​ເຖິງ 38% ຈາກ​ຈຳນວນ​ຜູ້​ໃຊ້ ​ເວັບ​ບ​າວ​ເຊີທັງ​ໝົດ ໂດຍ​ແຊງ​ໜ້າ Mozilla Firefox ທີ່​ເຄີຍ​ເປັນ​ບ​າວ​ເຊີ​ອັນ​ດັບ 2 ມາ​ກ່ອນ ດັ່ງ​ຮູບ​ທີ 1

Article Images: stats.png

ຮູບ​ທີ່ 1 ສະ​ຖິ​ຕິ​ການ​ໃຊ້​ງານ​ເວັບ​ບ​າວ​ເຊີ​ໃນ​ປະເທດ​ລາວ


Extension ຄື​ໂປຼ​ແກມ​ເສີມ​ທີ່​ຖືກ​ພັດທະນາ​ຂຶ້ນ​ມາ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃຫ້​ກັບ​ເວັບບ​າວ​ເຊີ ເຊັ່ນ ແຈ້ງ​ເຕືອນ​ເມື່ອ​ມີ​ອີ​ເມລ​ເຂົ້າ​ມາ​ໃໝ່ ຫຼື ແຈ້ງ​ເຕືອນ​ເມື່ອ​ມີ​ຄົນ​ມາ​ສະແດງຄວາມຄິດເຫັນໃນ​ໜ້າ Facebook ເປັນ​ຕົ້ນໃນ Google Chrome ສາມາດ​ຕິດ​ຕັ້ງ Extension ໄດ້​ຜ່ານ Chrome Web Store ນັກ​ວິ​ໄຈ​ຈາກ​ບໍລິສັດ Kaspersky ຊຶ່ງ​ເປັນ​ຜູ້​ຜະລິດ​ຊ໋ອບແວປ້ອງ​ກັນ​ໄວ​ຣັສ ໄດ້​ຄົ້ນ​ພົບ Extension ຂອງ Google Chrome ທີ່​ເປັນ​ອັນຕະລາຍ ໂດຍ​ມີ​ຈຸດປະສົງ​ເພື່ອ​ລັກ​ຂໍ້​ມູນ​ບັນ​ຊີ​ຜູ້​ໃຊ້​ງານ Facebook ຜ່ານ​ທາງ​ໜ້າ​ page ​ທີ່​ຊື່ “Aprenda tirar virus do face” ດັ່ງ​ຮູບ​ທີ 2

Article Images: stats1.png

ຮູບ​ທີ 2 ໂປຼ​ໄຟລ Facebook ທີ່​ໃຊ້​ເປັນ​ຊ່ອງ​ທາງ​ຫຼອກ​ໃຫ້​ຕິດ​ຕັ້ງ Extension 


ໜ້າ​ໂປຼ​ໄຟລ​ນີ້​ໄດ້​ແນະ​ນຳ​ໃຫ້​ຜູ້​ໃຊ້​ຕິດ​ຕັ້ງ Extension ເພີ່ມເຕີມ ຫລັງ​ຈາກ​ຄິກ​ທີ່​ຂໍ້ຄວາມ Install aplicativo ຈະ​ນຳ​ຜູ້​ໃຊ້​ງານ​ໄປ​ທີ່​ເວັບ​ໄຊ Chrome Web Store ເພື່ອ​ໃຫ້​ຕິດ​ຕັ້ງ Extension ຊື່ Adobe Flash Player ຊຶ່ງ​ຖືກ​ພັດທະນາ​ໂດຍ AppFace ດັ່ງ​ຮູບ​ທີ່ 3

Article Images: stats2.png

ຮູບ​ທີ 3 ສະແດງ​ການ​ຕິດ​ຕັ້ງ Extension Adobe Flash Player 

ນັກ​ວິ​ໄຈ​ລະ​ບຸ​ວ່າ Extension ນີ້​ເປັນ​ຊື່ Trojan.JS.Agent.bxo ເມື່ອ​ເຫຍື່ອ​ຫຼົງ​​ຕິດ​ຕັ້ງ​ໄປ​ແລ້ວ ຕົວ Extension ຈະ​ໃຊ້​ບັນ​ຊີ Facebook ຂອງ​ຜູ້​ໃຊ້​ໃນ​ການ​ສົ່ງ​ຄຳ​ເຊີນ​ໄປ​ໃຫ້​ກັບ​ເພື່ອນ​ຂອງ​ເຫຍື່ອ​ເພື່ອ​ຫຼອກ​ໃຫ້​ຕິດ​ຕັ້ງ Extension ນີ້ ແລະ​ກົດ “Like” ໜ້າ​ເພສຕາມ​ທີ່​ຜູ້​ບໍ່​ປະສົງ​ຕ້ອງ​ການ ຈາກ​ການ​ກວດ​ສອບ​ໂດຍ Kaspersky ພົບ​ວ່າ​ຜູ້​ໃຊ້​ງານ​ໃນ​ປະ​ເທ​ດ​ເບຊິນ​ຕົກ​ເປັນ​ເຫຍື່ອ​ຂອງ​ Trojan ​ນີ້​ຫຼາຍ​ທີ່ສຸດ.

ຫຼາຍ​ຄົນ​ຄົງ​ມີ​ຄວາມ​ສົງ​ໄສ​ວ່າ​ເປັນຫຍັງ​ຜູ້​ບໍ່ຫັວງ​ດີ​ເຖິງ​ພະຍາຍາມ​ປ່ອຍ Extension ທີ່​ມາ​ພ້ອມ​ກັບ Trojan.JS.Agent.bxo ຈຸດປະສົງ​ຫຼັກໆ ຄື ການສ້າງ​ລາຍ​ໄດ້​ໃຫ້​ກັບ​ຕົວ​ເອງ​ເພື່ອ​ຂາຍ​ບໍລິການ​ກົດ “Like” Facebook ໃຫ້​ກັບ​ບໍລິສັດ​ທີ່​ຕ້ອງ​ການ​ປະ​ຊາ​ສຳພັນ​ໂປຼ​ໄຟລຂອງ​ພວກ​ເຂົາ​ເພື່ອ​ສົ່ງ​ເສີມ​ໃຫ້​ຄົນ​ມາສົນ​ໃຈ​ຫຼາຍ​ຂຶ້ນ ດັ່ງ​ຮູບ​ທີ 4

Article Images: stats3.png

ຮູບ​ທີ 4 ຕົວ​ຢ່າງ​ການ​ຂາຍ​ບໍລິການ 1, 000 Like ເປັນ​ເງີນ​ປະ​ມານ 200,000 ກີບ

ຫາກ​ຜູ້​ໃຊ້​ເຜີ​ຕິດ​ຕັ້ງ Extension ດັ່ງ​ກ່າວ ສາມາດ​ອອກຈາກ Google Chrome ໄດ້​ໂດຍ

  1. ຄິກ​ໄອ​ຄອນ​ ທີ່​ມຸມ​ຂວາ​ເທິງ ​ຂອງ​ເວັບ​ບາວ​ເຊີ
  2. ຄິກເຄື່ອງ​ມື (Tools)
  3. ເລືອກ ສ່ວນ​ຂະຫຍາຍ (Extensions) ທີ່​ຊື່ Adobe Flash Player 12.1.102.55
  4. ຄິກ​ທີ່​ປຸ່ມ ລົບ​ອອກ (Uninstall)

ເພື່ອ​ຫຼີກ​ລ້ຽງ​ການ​ຕິດ​ຕັ້ງ Extension ທີ່​ບໍ່​ພຶງ​ປະສົງ​ແລະ​ອາດ​ຖືກ​ລັກ​ໂປຼ​ໄຟລ Facebook ຜູ້​ໃຊ້​ງານ​ຄວນ​ສຶກ​ສາ​ລາຍ​ລະອຽດ Extension ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ງານ​ກ່ອນ​ການ​ຕິດ​ຕັ້ງ​ລົງ​ເທິງ​ເຄື່ອງ​ຄອມພິວເຕີ ເຊັ່ນ ກວດ​ສອບ​ເວັບ​ໄຊຂອງ​ຜູ້​ພັດທະນາ ລາຍ​ລະອຽດ​ກ່ຽວກັບ​ຜູ້​ພັດທະນາ ລຸ້ນ​ທີ່​ພັດທະນາ (Version) ສະແດງ​ລາຍ​ລະອຽດ​ກ່ຽວກັບ ມື້ ເດືອນ ປີ ທີ່​ພັດທະນາ ວັນທີ​ອັບເດດ ບໍ່​ຄວນ​ເລືອກ​ຕິດ​ຕັ້ງ Extension ທີ່​ຂາດ​ການ​ອັບ​ເດດ​ດົນ​ເກີນ​ໄປ ລວມ​ທັງ​ກວດ​ສອບ​ຄວາມ​ຄິດ​ຂອງ​ຜູ້​ໃຊ້​ງານ​ຮ່ວມ​ດ້ວຍ

ອ້າງອີງ

  1. http://gs.statcounter.com/#browser-TH-monthly-201101-201202
  2. http://www.theregister.co.uk/2012/03/25/chrome_web_store_malware_hijacks_facebook_profiles/
  3. http://arstechnica.com/business/news/2012/03/googles-chome-web-store-used-to-spread-malware.ars
  4. http://www.zdnet.com/blog/security/malicious-chrome-extensions-hijack-facebook-accounts/11074
  5. http://www.thehackernews.com/2012/03/facebook-profiles-can-be-hijacked-by.html
  6. http://www.securelist.com/en/blog/208193414/Think_twice_before_installing_Chrome_extensions

Porher 02 September 2020 4747 reads Print