Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ກ່ຽວກັບ ລາວເຊີດ

    ສປປ ລາວ ເປັນປະເທດສະມາຊິກອາຊຽນ ແລະ ກໍ່ເປັນປະເທດໜຶ່ງໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີຝັ່ງທະເລແຕ່ມີຊາຍແດນຕິດກັບ 5 ປະເທດ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ລາດຊາອານາຈັກໄທ, ລາດຊະອານາຈັກກໍາປູເຈຍ ແລະ ພະມ້າ. ຊຶ່ງປະເທດເຫລົ່ານີ້ ນອກຈາກມີຊາຍແດນຕິດຈອດກັນແລ້ວ ກໍ່ຍັງມີລະບົບໂທລະຄົມມະນາຄົມ ທີ່ເຊື່ອມໂຍງກັນ.

     ກ່ອນປີ 2008 ກຸ່ມ 10 ປະເທດອາຊຽນຍົກເວັ້ນ ສປປ ລາວ ຍັງບໍ່ທັນໄດ້ສ້າງສູນ ລາວເຊີດ “LaoCERT” ຂຶ້ນ ອັນເຮັດໃຫ້ບັນດາປະເທດອ້ອມຂ້າງ ສປປ ລາວ ກໍ່ຄື ASEAN ເປັນຫ່ວງຕໍ່ການເຊື່ອມໂຍງຂໍ້ມູນ-ຂ່າວສານ ທີ່ມີພົມແດນ ແລະ ມີໜ່ວຍງານ ຫຼື ສູນເຊີດໄດ້ຮັບຜິດຊອບ ຕໍ່ການປະສານງານ ຮ່ວມມືປ້ອງກັນຄວາມປອດໄພທາງໂລກອິນເຕີເນັດ.

     ໃນກອງປະຊຸມວຽກງານໂທລະຄົມ ແລະ ICT ຂອງກຸ່ມປະເທດ ASEAN, ອາຊຽນໄດ້ຊຸກຍູ້ສົ່ງເສີມໃຫ້ ສປປ ລາວ ສ້າງສູນລາວເຊີດຂຶ້ນ ໂດຍມີການສະເໜີຕໍ່ອົງການໂທລະຄົມສາກົນ (International Telecommunication Union) ເພື່ອຂໍຄວາມຮ່ວມມືຊ່ວຍເຫຼືອແກ່ປະເທດສະມາຊິກອາຊຽນໃໝ່ CLMV ປະກອບມີ: ລາດຊະອານາຈັກກໍາປູເຈຍ, ພະມ້າ, ສປປ ລາວ ແລະ ສສ ຫວຽດນາມ ໃນການກໍ່ສ້າງສູນ LaoCERT.

     ເດືອນ 7 ປີ 2011, ITU ໄດ້ສົ່ງຊ່ຽວຊານ IMPACT ໃນນາມຊ່ຽວຊານຂອງ ITU ເຂົ້າມາສໍາຫຼວດເກັບກໍາຂໍ້ມູນການນໍາໃຊ້ອິນເຕີເນັດຢູ່ທາງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ ເພື່ອນໍາເອົາຂໍ້ມູນໄປວິເຄາະປະເມີນຄວາມພ້ອມສໍາລັບ ສປປ ລາວ ໃນວຽກງານແຜນການກໍ່ສ້າງສູນ ລາວເຊີດ.

     ກອງປະຊຸມ ITU ສະເພາະເຂດອະນຸພາກພຶ້ນສໍາລັບປະເທດສາມາຊິກອາຊຽນໃໝ່ ຊຶ່ງຈັດຂຶ້ນຢູ່ປະເທດ ພະມ້າ ໃນລະຫວ່າງ ເດືອນ 11 ປີ 2011, ໃນວາລະກອງປະຊຸມອົງການໂທລະຄົມສາກົນ ITU-IMPACT ໄດ້ນໍາສະເໜີຜົນສໍາຫຼວດໃນເດືອນ 7 ທີ່ຜ່ານມາ ແລະ ໄດ້ປະເມີນຄວາມພ້ອມ ຂອງລາວ ໃນການກໍ່ສ້າງລາວເຊີດ ຕໍ່ບັນດາຄະນະຜູ້ແທນລາວໂດຍມີຄະນະວິຊາການຈາກ ສູນອິນເຕີເນັດ ແຫ່ງຊາດ ແລະ ກົມອິນເຕີເນັດ ເຂົ້າຮ່ວມ ທາງ ITU ກໍ່ໄດ້ ມີບົດອະທິບາຍຕໍ່ຄະນະຜູ້ແທນລາວຢ່າງລະອຽດເປັນຂັ້ນຕອນການສ້າງລາວເຊີດ ໂດຍ ITU-IMPACT ແນະນໍາໃຫ້ຈັດຕັ້ງປະຕິບັດແບ່ງອອກໄປເປັນ 3 ໄລຍະ ລວມທັງໝົດ 24 ເດືອນ.

     ເພື່ອໃຫ້ທັນກັບສະພາບການຕໍ່ກັບວຽກງານດັ່ງກ່າວ ມາຮອດ ເດືອນ 2 ປີ 2012 , ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ຈຶ່ງໄດ້ຕົກລົງສ້າງລາວເຊີດຂຶ້ນຢ່າງເປັນທາງການໂດຍປະກອບໃຫ້ມີວິຊາການຈາກຫຼາຍພາກສ່ວນເຂົ້າຮ່ວມເປັນຄະນະທັງໝົດມີ 8 ທ່ານ, ຫລັງຈາກນັ້ນກໍ່ໄດ້ ແຈ້ງໃຫ້ສາກົນ ແລະ ບັນດາປະເທດອາຊຽນຮັບຊາບຕໍ່ການສ້າງຕັ້ງສູນລາວເຊີດ ໄປພ້ອມໆດຽວກັນນັ້ນກໍ່ໄດ້ສະເໜີຂໍຄວາມຮ່ວມມືນໍາເຊີດປະເທດຕ່າງໆ ເຊັ່ນ: ສູນ JPCERT ຂອງປະເທດຍີ່ປຸ່ນ, ສູນ VNCERT ຂອງຫວຽດນາມ ແລະ ແລະ ສູນ ThaiCERT ຂອງປະເທດໄທ ນອກຈາກນັ້ນກໍ່ຍັງໄດ້ຂໍໄປຖອດຖອນບົດຮຽນນໍາ ສູນ CamCERT ຂອງກຳປູເຈຍ ເພື່ອວາງແຜນກໍ່ສ້າງລາວ CERT ໃນເບື້ອງຕົ້ນຕາມ ITU ແນະນໍາ.

     ມາຮອດວັນທີ 21 ເດືອນ 06 ປີ 2016 ນາຍົກລັດຖະມົນຕີ ຈຶ່ງໄດ້ອອກດຳລັດສະບັບເລກທີ 171/ນຍ, ວ່າດ້ວຍ ການສ້າງຕັ້ງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ, ຊຶ່ງຂຶ້ນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

     ໃນວັນທີ 15 ກໍລະກົດ 2016 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໄດ້ອອກຂໍ້ຕົກລົງສະບັບເລກທີ 2162, ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີຂຶ້ນ ແລະ ມີຊື່ຫຍໍ້ວ່າ "ສກຄ" ຂຽນເປັນພາສາ ສາກົນວ່າ Lao Computer Emergency Response Team "LaoCERT" , ຊຶ່ງແມ່ນຫົວໜ່ວຍວິຊາການໜຶ່ງ ມີຖານະທຽບເທົ່າກົມ ທີ່ສັງກັດໃນໂຄງປະກອບກົງຈັກ ຂອງກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງໃນການ ສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງລະບົບຄອມພິວເຕີ.